ຕະຫຼາດມືດແຄມຂອງ ແມ່ນຕີດກັບທ່າວັດຈັນ, ເມືອງຈັນທະບູລິ, ນະຄອນຫຼວງວຽງຈັນ ເປັນສະຖານທີ່ທ່ອງທ່ຽວແຫຼ່ງໜື່ງທີ່ນັກທ່ອງທ່ຽວໃຫ້ຄວາມສົນໃຈ, ບໍ່ວ່າຈະເປັນຄົນຕ່າງຊາດ ຫຼື ຄົນລາວເຮົາເອັງ ເນືອງຈາກວ່າຕະຫຼາດມືດແຄມຂອງ ປຽບສະເໜືອນການລວບລວມວີຖີຊີວີດການເປັນຢູ່ຂອງຄົນ ບໍ່ວ່າຈະເປັນການຄ້າຂາຍ, ການປາກເວົ້າ,ການນຸ່ງຖື
ຕະຫຼາດມືດແຄມຂອງ ຫຼື ເອີ້ນກັນວ່າສວນເຈົ້າອະນຸວົງ ເປັນສະຖານທີ່ໜື່ງທີ່ລວບລວມ ເສື້ອຜ້າຫຼາກຫຼາຍປະເພດ ແລະ ຫຼາກຫຼາຍຮູບແບບ ລວມທັງ ອາຫານພື້ນບ້ານຂອງຊາວວຽງຈັນ. ແລະ ສະຖານທີ່ດັ່ງກ່າວຍັງເປັນບ່ອນທີ່ນັກທ່ອງທ່ຽວຕ່າງຊາດ ແລະ ຄົນລາວຊາວວຽງຈັນເອງໃຊ້ເປັນບ່ອນແລ່ນໃນການອອກກຳລັງກາຍໃນແຕ່ລະມື..
ອາຫານພື້ນບ້ານຂອງຄົນລາວ ຊາວວຽງຈັນ ເຊີ່ງຈະມີຂາຍຕາມສາຍທາງ ຕະຫຼາດມືດແຄມຂອງ ຫຼາກຫຼາຍຮ້ານ ໃຫ້ນັກທ່ອງທ່ຽວໄດ້ເລືອກຊື້.
ບໍລິເວນເສັ້ນທາງຕີດແຄມຂອງແມ່ນຈະເປັນຢ່າງ, ແລ່ນອອກກຳລັງກາຍ ຕອນແລງແມ່ນເສັ້ນທາງດັ່ງກ່າວຈະປີດການສັນຈອນ..
ເນືອງຈາກວ່າຕົວຂ້າພະເຈົ້າເອັງອາໃສຢູ່ວຽງຈັນ ແລະ ຕະຫຼາດມືດແຄມຂອງເປັນສະຖານທີ່ໜື່ງທີ່ໜ້າສົນໃຈ ຈື່ງຢາກແນະນຳໃຫ້ນັກທ່ອງທ່ຽວໄດ້ຮູ້ ແລະ ໄດ້ເຂົ້າມາສຳຜັດດ້ວຍຕົວເອັງ...
ຫວັງຢ່າງຍີ່ງວ່າຂໍ້ມູນດັ່ງກ່າວຈະເປັນປະໂຫຍດແກ່ຜູອ່ານ


